ເສັ້ນທາງເຂົ້າຫາຖໍ້າຈອມອອງໃກ້ຈະສຳເລັດແລ້ວ
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງປູຢາງເຂົ້າ ຫາຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ລວມທັງສິ່ງອຳນວຍຄວາມສະດວກຕ່າງໆໃກ້ຈະສຳເລັດແລ້ວ. ໃນວັນທີ 9 ມິຖຸນາຜ່ານມາ ຄະນະຮັບຜິດຊອບໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວຖ້ຳຈອມອອງ ຮ່ວມກັບພະແນກການທີ່ກ່ຽວຂ້ອງ ແລະ ບໍລິສັດທີ່ປຶກສາ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ, ຊຸກຍູ້ ແລະ ແນະນຳການຈັດຕັ້ງປະຕິບັດການກໍ່ສ້າງເສັ້ນທາງປູຢາງເຂົ້າຫາຖ້ຳຈອມອອງ. ໂຄງການກໍ່ສ້າງເສັ້ນທາງເຂົ້າຫາແຫລ່ງທ່ອງທ່ຽວຖ້ຳຈອມອອງ…