ແຈ້ງໂຈະແຈ້ງການເລກທີ 1120/ທຄຕລ ໂດຍໃຫ້ຈ່າຍເປັນສະກຸນເງິນໂດລາໃຫ້ກັບລູກຄ້າຄືທີ່ຜ່ານມາ
ໃນວັນທີ 9 ມິຖຸນາ 2022 ທີ່ຜ່ານມາ, ທະນາຄານການຄ້າຕ່າງປະເທດລາວ ໄດ້ອອກແຈ້ງການເລກທີ1120/ທຄຕລ 2022 ເຖິງບັນດາຮ້ານຕົວແທນຍ່ອຍໃຫ້ບໍລິການຮັບເງິນດ່ວນ MoneyGram ທີ່ຂຶ້ນກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃຫ້ກຳນົດເອົາສະກຸນເງິນກີບຈ່າຍໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram ເຊິ່ງໃນແຈ້ງການສະບັບດັ່ງກ່າວນີ້ກຳນົດໃຫ້ເລີ່ມຈັດຕັ້ງປະຕິບັດວັນທີ 21 ມິຖຸນາ 2022 ເປັນຕົ້ນໄປ. ແຕ່ພາຍຫລັງແຈ້ງການສະບັບດັ່ງກ່າວໄດ້ອອກສູ່ສັງຄົມເຮັດໃຫ້ເກີດມີຫ່າງສຽງຕໍ່ແຈ້ງການສະບັບດັ່ງເປັນວົງກ້ວາງໃນສື່ສັງຄົມອອນລາຍ….