ເມືອງວຽງໄຊ ລົງກວດກາ ແລະ ທຳລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ ທີ່ຢຶດໄດ້ຕາມຮ້ານຄ້າພາຍໃນເມືອງ
ແຫລ່ງຂ່າວ ເມືອງວຽງໄຊ ລາຍງານວ່າ: ວັນທີ 30 ມີນາ 2023, ຄະນະຮັບຜິດຊອບກວດກາຮ້ານອາຫານ, ຮ້ານຂາຍເຄື່ອງຍົກ-ຂາຍຍ່ອຍ ຢູ່ພາຍໃນເທດສະບານເມືອງວຽງໄຊ ແຂວງຫົວພັນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງເມືອງລົງກວດກາສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ ຢູ່ຕາມຮ້ານອ້ອມຂ້າງເທດສະບານເມືອງ. ຜ່ານການເຄື່ອນໄຫວຂອງຄະນະຮັບຜິດຊອບຄັ້ງນີ້ສາມາດກວດຢຶດອາຫານທີ່ເຊື່ອມຄຸນນະພາບ ແລະ ໝົດອາຍຸແລ້ວ ເປັນປະເພດເຂົ້າໝົມ, ຮອນດັອກ…