“ສູ້ຊົນ ແລະ ເກັບກ່ຽວປະສົບການ” ຢ່າໃຫ້ກາຍເປັນຄຳຂວັນບານເຕະທີມຊາດລາວ
ໂດຍ: ທິດກໍ່າ ບັນຍາກາດ ບານເຕະທີມຊາດລາວຊຸດໃຫຍ່ໃນຫລາຍນັດທີ່ຜ່ານມາ ນັບວ່າເປັນບັນຍາກາດອັນດີຕໍ່ມື້ສົ່ງທ້າຍປີເກົ່າ ຄສ 2024 ຕ້ອນຮັບປີໃໝ່ ຄສ 2025 ເພາະທີມຊາດລາວເຮົາໄດ້ສ້າງຜົນງານ ແລະ ຊື່ສຽງອັນໂດດເດັ່ນໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວຈົນເປັນທີ່ຮືຮາຂອງສັງຄົມລາວ ແລະ ສື່ຂອງບັນດາປະເທດອາຊຽນ ກໍຄືຢູ່ໃນພາກພື້ນຢ່າງແພ່ຫລາຍ. ທັງນີ້ທັງນັ້ນກໍໄດ້ຄູຝຶກສີມືດີຢ່າງທ່ານ ຮາຢອກຈູນ…