ທ່ານຮອງນາຍົກກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງອົງການ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5

ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວໄດ້ຂຶ້ນກ່າວປາໄສໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມລະດັບສູງ ອົງການສະຫະປະຊາຊາດ(ສປຊ)ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ນະຄອນຫຼວງໂດຮາ ປະເທດກາຕາ,ໃນວັນທີ 6ມີນາ 2023ຊຶ່ງເນື້ອໃນບາງຕອນ ທ່ານໄດ້ກ່າວວ່າ: ການຈັດຕັ້ງປະຕິບັດແຜນດໍາເນີນງານ ອິສຕັນບູ ສໍາລັບປະເທດດ້ອຍພັດທະນາ ໃນທົດສະຫວັດທີ່ຜ່ານມາ ໄດ້ມີຄວາມຄືບໜ້າແຕ່ຍັງບໍ່ທັນສົມດຸນເທື່ອ ໂດຍສະເພາະບັນດາປະເທດດ້ອຍພັດທະນາ…