ເຂດແມ່ນ້ຳຂອງຕອນລຸ່ມ ມີຄວາມສ່ຽງສູງຕໍ່ການປ່ຽນແປງຂອງດິນຟ້າອາກາດ ສ້າງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ

ຄະນະກຳມາທິການແມ່ນໍ້າຂອງສາກົນ(ຄມສ) ລາຍງານໃຫ້ຮູ້ວ່າ: ໃນເຂດແມ່ນ້ຳຂອງ ຕອນລຸ່ມ ລວມມີ ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ເປັນເຂດໜຶ່ງໃນບັນດາພາກພື້ນທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງສົ່ງຜົນກະທົບຕໍ່ເສດຖະກິດ, ລະບົບນິເວດ, ຄວາມຍືນຍົງ ແລະ ຄວາມສາມັກຄີທາງສັງຄົມຂອງບັນດາປະເທດດັ່ງກ່າວ. ການປ່ຽນແປງດິນຟ້າອາກາດ ບໍ່ພຽງແຕ່ເປັນໄພຂົ່ມຂູ່ຢູ່ເຂດແມ່ນ້ຳຂອງຕອນລຸ່ມເທົ່ານັ້ນ, ປັດຈຸບັນ…