ຄວນຖອດຖອນບົດຮຽນກິລາບານເຕະນັດຊີງຊະນະເລີດ ໃນຊີເກມ 32 ກັບເຫດການວຸ່ຍວາຍທີ່ຈາລຶກໄວ້ເປັນປະຫວັດສາດ
ຈົບລົງແລ້ວສຳລັບການແຂ່ງຂັນເຕະບານທັງຍິງ ແລະ ຊາຍໃນງານມະຫະກຳກິລາ ຊີເກມຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ, ມີບາງປະເພດກິລາປະສົບຜົນສຳເລັດສາມາດຄວ້າຫລຽນຄຳຕາມຄວາມຫວັງທີ່ຕັ້ງໄວ້, ບາງປະເພດກິລາກໍບໍ່ສົມຫວັງ ແຕ່ກໍຖືເປັນບົດຮຽນເພື່ອປັບປຸງຕົນເອງໃນຄັ້ງຕໍ່ໄປ. ສຳລັບກິລາບານເຕະເພດຍິງ ແມ່ນຫວຽດນາມໄດ້ຄອງຫລຽນຄຳ, ມຽນມາໄດ້ຫລຽນເງິນ ແລະ ຫລຽນທອງ ແມ່ນປະເທດໄທ, ສ່ວນກິລາບານເຕະເພດຊາຍຫລຽນຄຳ ແມ່ນອິນໂດເນເຊຍ, ໄທໄດ້ຫລຽນເງິນ ແລະ…