ປ້າຍ ແລະ ອັກສອນລາວ ເປັນໜຶ່ງໃນບັນຫາ ທີ່ພາກສ່ວນກ່ຽວຂ້ອງຈະຕ້ອງເຂັ້ມງວດແກ້ໄຂ ໃຫ້ເຂັ້ມງວດ ແລະ ເດັດຂາດ
ເມື່ອບໍ່ດົນມານີ້ ປາກົດການອັນເປັນບັນຫາຕໍ່ຂະແໜງການວັດທະນະທຳ ແລະ ທ່ອງທ່ຽວ ຄົງບໍ່ເວັ້ນໄດ້ບັນຫາເລື່ອງປ້າຍ ເຊັ່ນ ປ້າຍໂຄສະນາ, ປ້າຍເຮືອນພັກ, ໂຮງແຮມ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ແມ່ນການຕິດຕັ້ງປ້າຍບໍ່ສອດຄ່ອງ ບໍ່ຖືກຈຸດ, ຂຽນພາສາລາວບໍ່ຖືກ, ຂຽນພາສາຕ່າງປະເທດໃຫຍ່ກວ່າພາສາລາວ ບາງບ່ອນມີແຕ່ພາສາຕ່າງປະເທດລ້ວນໆກໍມີ ແລະ ບັນຫາອື່ນໆອີກຫລາຍບັນຫາ ອັນເປັນຫາງສຽງສັງຄົມ….