ເດືອນສາມລາວ ປະເພນີບຸນເຂົ້າຈີ່ ທີ່ສືບທອດກັນມາແຕ່ດັ້ງເດີມ
ບຸນເຂົ້າຈີ່ແມ່ນບຸນປະເພນີດັ້ງເດີມ ຊຶ່ງສະໄໝກ່ອນ, ຊາວບ້ານພາກັນເຮັດເຂົ້າຈີ່ເພື່ອຖວາຍພະຍາຟ້າພະຍາແຖນ ແລະ ມາຮອດສະໄໝລາວມີສາສະໜາພຸດຈະເລີນຮຸ່ງເຮືອງຈຶ່ງນິຍົມພາກັນເຮັດເຂົ້າຈີ່ໄປຖວາຍພະສົງ. ການເຮັດບຸນເຂົ້າຈີ່ ຕາມປະເພນີດັ້ງເດີມແລ້ວຕ້ອງທາໄຂ່, ທານ້ຳອ້ອຍດັ່ງຄຳໂຕງໂຕຍທີ່ວ່າ ” ເດືອນສາມຄ້ອຍລົມວອຍໆ ເຈົ້າຫົວຄອຍປັ້ນເຂົ້າຈີ່ ເຂົ້າຈີ່ບໍ່ໃສ່ນ້ຳຕານບໍ່ລາດນ້ຳອ້ອຍຈົວນ້ອຍບໍ່ອຸ່ນໃຈ “. ເປັນຫຍັງຈຶ່ງມີປະເພນີບຸນເຂົ້າຈີ່ ຊຶ່ງຕາມນິທານທ້ອງຖິ່ນ ແລະ ນິທານສາສະໜາ ເລົ່າໄວ້ດັ່ງນິທານສາສະໜາ ເລົ່າວ່າ: ປາງກ່ອນມີແມ່ຍິງຄົນໜຶ່ງຊື່…