ປກສ ເມືອງຄໍາເກີດ ກັກເປົ້າໝາຍລັກລອບເຄື່ອນຍ້າຍສິ່ງເສບຕິດ ຄັນຊາ 1.669 ກິໂລກຣາມ ມາດຳເນີນຄະດີຕາມລະບຽບກົດໝາຍ
ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ວັນທີ 21 ທັນວາ 2022 ມີພົນລະເມືອງດີແຈ້ງວ່າຈະມີການເຄື່ອນຍ້າຍສິ່ງເສບຕິດປະເພດຄັນຊາ ໂດຍໃຊ້ລົດບັນທຸກເປັນພາຫະນະເຄື່ອນຍ້າຍ, ດັ່ງນັ້ນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະສົມທົບກັບກໍາລັງ ປກສ ກຸ່ມບ້ານໜອງກອກ ເພື່ອຕິດຕາມເປົ້າໝາຍ ແລະ ສະກັດກັ້ນ. ມາຮອດເວລາປະມານ 21:15…