ທ່ານນາງ ວຽງທອງ ສີພັນດອນ ຮັບໜ້າທີ່ເປັນຮັກສາການປະທານສານປະຊາຊົນສູງສຸດຜູ້ໃໝ່
ວັນທີ 10 ມີນາ 2021 ໄດ້ມີພິທີມອບຮັບໜ້າທີ່ເລຂາຄະນະພັກ, ຮັກສາການປະທານສານປະຊາຊົນສູງສຸດ ລະຫວ່າງ ທ່ານ ຄຳພາ ແສງດາຣາ ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ(ຜູ້ເກົ່າ) ແລະ ທ່ານ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ຮັກສາການປະທານສານປະຊາຊົນສູງສຸດ(ຜູ້ໃໝ່). ໂດຍການເຂົ້າຮ່ວມຂອງ…