ການຊຸມນຸມປະທ້ວງຢູ່ອາເມລິກາ ຍັງລຸກລາມໄປຕາມເມືອງຕ່າງໆ
ການຊຸມນຸມປະທ້ວງສະແດງຄວາມບໍ່ພໍໃຈກໍລະນີຜູ້ຊາຍຜິວສີທີ່ເສຍຊີວິດ ຂະນະຖືກຕຳຫລວດຄວບຄຸມຕົວ ຍັງລຸກລາມໄປຕາມເມືອງຕ່າງໆຢູ່ອາເມລິກາ, ສ່ວນປະທານາທິບໍດີ ໂດນັລ ທຣຳ ລະບຸວ່າ: ຖ້າເຈົ້າຄອງລັດຕ່າງໆບໍ່ສາມາດຄວບຄຸມສະຖານະການເອງໄດ້ ລັດຖະບານຈະສົ່ງກຳລັງທະຫານມາແກ້ໄຂບັນຫາແທນ. ການຊຸມນຸມປະທ້ວງສະແດງຄວາມບໍ່ພໍໃຈກໍລະນີທ້າວ ຈອດ ຟລອຍ ຜູ້ຊາຍຜິວສີທີ່ເສຍຊີວິດຂະນະຖືກຕຳຫລວດຄວບຄຸມຕົວ ຍັງລຸກລາມໄປຕາມເມືອງຕ່າງໆຢູ່ອາເມລິກາ. ຢູ່ນະຄອນຫລວງວໍຊິງຕັນ ທັນທີ່ເຂົ້າສູ່ໄລຍະເວລາເຄີຟິວ ຕຳຫລວດໄດ້ເຂົ້າເຄຍພື້ນທີ່ອ້ອມຮອບທຳນຽບຂາວ ເຊິ່ງກຸ່ມຜູ້ປະທ້ວງປັກຫລັກຢູ່, ການສະຫລາຍການຊຸມນຸມ…