ຍາມບ້ານເມືອງວິກິດໂຈນພິຊິດກໍປາກົດຕົວ
ໂດຍ: ທິດກໍ່າ ສັງເກດເຫັນໄດ້ຢ່າງຊັດເຈນວ່າ: ໃນຊ່ວງເວລາພວກເຮົາພວມເຮັດສົງຄາມຕ້ານໂຄວິດ-19 ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ, ປາກົດການຫຍໍ້ທໍ້ທີ່ຕາມມາກະທົບໃນສັງຄົມບ້ານເຮົາອີກຢ່າງໜຶ່ງ ກໍຄືມີໂຈນມາເຄື່ອນໄຫວລັກຊັບສິນຂອງພົນລະເມືອງເຊັ່ນ: ຂີ້ລັກງັດແງະ, ລັກໝົກຈົກຫໍ່, ລັກເລັກຂະໂມຍນ້ອຍ, ປຸ້ນຈີ້ເອົາຊັບສິນ ໂດຍສະເພາະແມ່ນລັກໝໍ້ໄຟໃນລົດ, ສາຍໄຟ, ລັກເປັດ, ລັກໄກ່, ລັດລົດຈັກ, ລົດໃຫຍ່, ຈີ້ເອົາລົດຈັກ,…