ສະມາຄົມປີ້ງໄກ່ເຊໂນ ສະເໜີໃຫ້ພະແນກອຸດສາຫະກໍາ-ການຄ້າແຂວງສະຫວັນນະເຂດ ຊ່ວຍເຫລືອເລື່ອງຄ່າເຊົ່າແພງ

ວັນທີ 9 ພຶດສະພາ 2023, ສະມາຄົມປີ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ພະແນກອຸດສາຫະກໍາ-ການຄ້າແຂວງ ທີ່ລົງມາພົບປະກັບສະມາຄົມ ເພື່ອປຶກສາຫາລືໃຫ້ການຊ່ວຍເຫລືອກ່ຽວກັບຄ່າເຊົ່າແພງ ພາຍຫລັງທີ່ສ້ອມແປງສໍາເລັດ. ໜຶ່ງໃນຕົວແທນສະມາຄົມປີ້ງໄກ່ເຊໂນ ໄດ້ສະເໜີວ່າ: ຄ່າເຊົ່າບ່ອນຂາຍປີ້ງໄກ່ລາດທີ່ເພິ່ນກໍາລັງສ້ອມແປງຢູ່ນັ້ນມີລາຄາເຊົ່າ 3-5 ລ້ານກີບ ຕໍ່ຫ້ອງ ຕໍ່ເດືອນ ຍັງບໍ່ທັນໄດ້ນັບທັງຄ່ານໍ້າ, ຄ່າໄຟຟ້າ…