ມາຮູ້ຈັກກັບປະເພນີ ລ່ວງເຮືອນ ມື້ປີໃໝ່ຂອງຊາວຫວຽດນາມ
ປະເພນີການລ່ວງເຮືອນຊານມື້ບຸນປີໃໝ່ຂອງຊາວຫວຽດນາມ ແມ່ນມີມາແຕ່ດົນນານ. ຊາວຫວຽດນາມເຂົ້າໃຈວ່າ ມື້ວັນທີ 1 ແມ່ນມື້ເລີ່ມຕົ້ນຂອງປີໃໝ່, ດັ່ງນັ້ນ ໃນວັນນີ້ ຖ້າຫາກທຸກສິ່ງທຸກຢ່າງຫາກເປັນໄປດ້ວຍດີ ກໍຈະເຮັດໃຫ້ຄອບຄົວເຮືອນຊານຂອງພວກເຂົາມີໂຊກລາບຕະຫຼອດປີ. ນັບແຕ່ຈຸດຂີດຂອງປີໃໝ່ເປັນຕົ້ນໄປ (ຄົນຫວຽດນາມເຂົາເອີ້ນວ່າ: ເທີຍຄັກຢາວເຖື່ອ) ຖ້າຫາກມີຄົນທາງນອກທີ່ບໍ່ແມ່ນຄົນໃນຄອບຄົວຂອງຕົນເອງ ເຂົ້າໄປລ່ວງເຮືອນ(ເຂົ້າມາໃນເຮືອນ) ກ່ອນໝູ່ ແລະ ໃຫ້ຄຳອວຍພອນ ຖືວ່າເປັນການນຳເອົາຄວາມໂຊກລາບ, ມັ່ງມີສີສຸກ…