ວິທີປູກໝາກຖົ່ວຍາວ
ໝາກຖົ່ວຍາວຖືເປັນພືດເສດຖະກິດທີ່ດີ ເພາະຄົນເຮົາມັກກິນ ແລະ ຫຼາຍຄົນມີຄວາມສົນໃຈໃນການປູກຖົ່ວຍາວ. ໃນບົດຂຽນນີ້, ພວກເຮົາຈະແນະນໍາວິທີການປູກ, ການບົວລະບັດຮັກສາ, ພ້ອມທັງກຳຈັດຫຍ້າ ແລະ ແມງໄມ້ທີ່ເໝາະສົມສຳລັບຜູ້ສົນໃຈ. ຕ້ອງເລີ່ມຈາກການກຽມດິນ: ພວກເຮົາສາມາດປູກໝາກຖົ່ວຍາວຕະຫຼອດປີ ແລະ ໃນທຸກສະພາບດິນ. ແຕ່ດີທີ່ສຸດສຳລັບ ປູກໝາກຖົ່ວຍາວ ແມ່ນດິນຊາຍ ຕ້ອງມີຄວາມຊຸ່ມທີ່ເໝາະສົມ ເນື່ອງຈາກວ່າໝາກຖົ່ວຍາວເປັນພືດທີ່ມີລະບົບຮາກລະອຽດອ່ອນ. ສະນັ້ນ…