ພ້ອມກັນຕັ້ງໃຈໄປເລືອກຕັ້ງເອົາຜູ້ແທນທີ່ດີຂອງປະຊາຊົນ
ໂດຍ: ທິດກໍ່າ ວັນເວລາການເລືອກສະມາຊິກສະພາແຫ່ງຊາດ ແລະ ຂັ້ນແຂວງນັບມື້ຈໍ້ມໍ່ເຂົ້າມາຕິກໆ ຄືວັນທີ 21 ກຸມພາ 2021 ເຊິ່ງກົງກັບວັນອາທິດພໍດີ. ນັບຈາກນີ້ໄປ ຜູ້ມີສິດປ່ອນບັດເລືອກຕັ້ງກໍຕ້ອງໄດ້ກຽມຈິດໃຈເພື່ອຈະໄປປ່ອນບັດຄັດເລືອກເອົາຜູ້ແທນທີ່ຕົນມີສັດທາ ແລະ ເຊື່ອໝັ້ນຢ່າງເຕັມຮ້ອຍ. ກໍດັ່ງຮັບຮູ້ມານຳກັນແລ້ວວ່າ, ຜູ້ແທນທີ່ດີຂອງປະຊາຊົນນັ້ນ ຕ້ອງເປັນຄົນທີ່ມີສຸຂະພາບແຂງແຮງ, ມີຄວາມຮູ້ຄວາມສາມາດ, ສະຫລາດຫລັກແຫລມ, ຖືຜົນປະໂຫຍດຂອງຊາດເໜືອກວ່າຜົນປະໂຫຍດຂອງຕົນເອງ….