ຮັບຮອງຂັບຊຳເໜືອ ແລະ ພູມປັນຍາການຕໍ່າສິ້ນຜ້າໄໝມ້ອນຫົວພັນ ເປັນມໍລະດົກທາງດ້ານວັດທະນະທຳລະດັບທ້ອງຖິ່ນ

ຂະແໜງທ່ອງທ່ຽວ ແຂວງຫົວພັນລາຍງານໃຫ້ຮູ້ວ່າ: ວັນທີ 23 ພະຈິກ 2022 ນີ້  ແຂວງຫົວພັນ ປະກາດຮັບຮອງ ຂັບຊໍາເໜືອ ແລະ ພູມປັນຍາການຕໍ່າສິ້ນ, ຜ້າໄໝມ້ອນຫົວພັນ ເປັນມໍລະດົກທາງດ້ານວັດທະນາທໍາ ທີ່ບໍ່ເປັນວັດຖຸ ລະດັບທ້ອງຖິ່ນຂອງແຂວງຫົວພັນ ແລະ ງານປະກວດສຽງແຄນ, ຂັບຊໍາເໜືອ ແລະ…