ອຸຕຸເຕືອນ!! ແຕ່ນີ້ຮອດວັນທີ 15 ຕຸລາ 2023 ອາກາດຈະໜາວເຢັນ ແລະ ມີຝົນຕົກ ລົມພັດແຮງຢູ່ບາງທ້ອງຖິ່ນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານການຄາດຄະເນສະພາບອາກາດ ໃນໄລຍະວັນທີ 9-15 ຕຸລາ 2023ວ່າ: ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກໃຕ້, ພ້ອມດຽວກັນຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າຢູ່ ແຂວງພາກເໜືອ ແລະ ຈະຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ…