ເຂັ້ມງວດກວດກາການນໍາເຂົ້າພືດກະສິກໍາ ແລະ ສັດລ້ຽງ ເພື່ອສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ

ໃນສະພາບປັດຈຸບັນນີ້ ພວກເຮົາຕ້ອງຍອມຮັບວ່າ ການນໍາເຂົ້າສິນຄ້າກະສິກໍາຈະເປັນປະເພດສັດລ້ຽງ ຊິ້ນສ່ວນບາງປະເພດຂອງສັດລ້ຽງເຊັ່ນ: ເຄື່ອງໃນສັດ, ອາຫານທະເລ, ພືດຜັກ …. ຈາກປະເທດອ້ອມຂ້າງ ມັນຍັງແມ່ນສິ່ງທີ່ຈຳເປັນທີ່ບໍ່ສາມາດຫລີກລ່ຽງໄດ້ ເນື່ອງຈາກການຜະລິດສະບຽງອາຫານທາງດ້ານກະສິກຳນັບທັງສັດລ້ຽງ, ພືດຜັກ, ໝາກໄມ້ ເພື່ອສະໜອງຄວາມຕ້ອງການຂອງສັງຄົມພາຍໃນປະເທດບໍ່ທັນແຂງແຮງ ແລະພຽງພໍເທື່ອ ສິ່ງທີ່ມີແລ້ວກໍເປັນພຽງໜໍ່ແໜງທີ່ເກີດຂຶ້ນໃໝ່ບໍ່ທັນເຕີບໃຫຍ່ເຂັ້ມແຂງແທ້ ຊຶ່ງມັນຕ້ອງໄດ້ອາໄສເວລາດົນ ນຳເອົາປະສົບການແລະເຕັກນິກວິທະຍາສາດເຂົ້າມາຊ່ວຍ ຈຶ່ງຈະສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ໃນເມື່ອຫາກມີການນຳເຂົ້າສິນຄ້າກະສິກຳຈາກຕ່າງປະເທດໃນສະພາວະທີ່ປະເທດເຮົາຍັງອ່ອນນ້ອຍບໍ່ທັນເຂັ້ມແຂງຄືແນວນີ້້…