ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານ ຫລຸດລົງຫລາຍທີ່ສຸດໃນປະຫວັດສາດ
ອົງການພະລັງງານສາກົນ ຫລື IEA ລະບຸວ່າ: ການລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ເຮັດໃຫ້ການລົງທຶນດ້ານພະລັງງານທົ່ວໂລກຫລຸດລົງຫລາຍທີ່ສຸດໃນປະຫວັດສາດ. IEA ລະບຸໃນລາຍງານປະຈຳປີ ວ່າດ້ວຍການລົງທຶນດ້ານພະລັງງານຂອງໂລກວ່າ: ການລົງທຶນດ້ານພະລັງງານທົ່ວໂລກຫລຸດລົງແບບບໍ່ເຄີຍມີມາກ່ອນ ທັງໃນດ້ານປະລິມານການລົງທຶນ ແລະ ຄວາມວ່ອງໄວຂອງການຫລຸດລົງ. IEA ເຕືອນວ່າ: ຜົນກະທົບທາງເສດຖະກິດຈາກວິກິດສາທາລະນະສຸກມີຜົນກະທົບຮ້າຍແຮງຕໍ່ຄວາມໝັ້ນຄົງດ້ານພະລັງງານ…