ພາຍຸຊ້ຳບາດຫລ້າ ຫລາຍທ້ອງຖິ່ນຖືກຜົນກະທົບຢ່າງໜັກ ຂໍໃຫ້ເປັນຫົວສຸດທ້າຍແຫ່ງປີ
ໂດຍ: ທິດກໍ່າ ຍັງບໍ່ຮູ້ຢ່າງແນ່ນອນວ່າ, ພາຍຸທ້າຍລະດູຝົນປີນີ້ ມັນຈະແກ່ຍາວໄປອີກຈັກວັນຈຶ່ງຈະຄ່ອຍເບົາບາງລົງ ແລະ ໝົດໄປຕາມລະດູການ ເພາະວ່າທາງອຸຕຸນິຍົມ ແລະ ອຸທົກກະສາດກໍມີແຈ້ງການມາໃຫ້ສັງຄົມຮັບຊາບຢ່າງລຽນຕິດຈາກພາຍຸລູກນີ້ ຕໍ່ໃສ່ລູກໃໝ່ຕໍ່ໄປເລື້ອຍໆ. ກໍດັ່ງພວກເຮົາຮູ້ ແລະ ເຫັນນຳກັນແລ້ວວ່າ ໃນສອງອາທິດກ່ອນໆຜ່ານມານັ້ນ ຄືໃນວັນທີ 7 ຫາ 9 ຢູ່ເຂດບ້ານແດນສະຫວັນ,…