ພາຍຸໄຕ້ຝຸ່ນ ໂຄອິນຸ ຈະພາດຜ່ານວັນທີ 9-10 ຕຸລານີ້ ຈະເຮັດໃຫ້ມີລົມແຮງ ແລະ ຝົນຕົກໜັກ ຢູ່ບາງທ້ອງຖິ່ນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ຮ່ອງຄວາມກົດດັນອາກາດຕ່ຳໄດ້ພາດຜ່ານໃຕ້ຂອງປະເທດລາວ ປ່ອງໃສ່ພາຍຸໄຕ້ຝຸ່ນ ໂຄອິນຸ (KOINU) ຫົວທີ 14 ປະຈຳປີ 2023 ທີ່ກຳລັງເຄື່ອນທີ່ຢູ່ໃກ້ກັບຮົງກົງ, ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານເກາະໄຮໜານ ໃນວັນທີ 9-10 ຕຸລານີ້, ພ້ອມດຽວກັນບໍລິເວນຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນແຜ່ລົງມາປົກຄຸມເຂດພາກເໜືອຂອງປະເທດລາວ ແລະ ມີສອງກະແສລົມຕາເວັນອອກສ່ຽງເໜືອ…