ມະຕິຕົກລົງ ນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາຂາດແຄນຄູສອນ ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ

ມາດຕາ 1 ນະໂຍບາຍ 1) ເຫັນດີໃຫ້ຕໍ່ອາຍຸການຂອງຄູທີ່ຄົບກໍານົດອອກພັກຜ່ອນບໍານານ ໂດຍໃຫ້ປະຕິບັດນະໂຍບາຍເງິນເດືອນ ແລະ ອຸດໜູນ ຄືເກົ່າ ຈົນກວ່າຄູຜູ້ນັ້ນຈະສະເໜີຂໍພັກຜ່ອນ. 2) ເຫັນດີໃຫ້ຜູ້ທີ່ເຄີຍເປັນຄູສອນ ທີ່ເຮັດວຽກໃນຂະແຫນງການອື່ນ ເມື່ອພັກບໍານານແລ້ວ ສາມາດມາ ສືບຕໍ່ເປັນຄູສອນໄດ້ ໂດຍປະຕິບັດນະໂຍບາຍເງິນເດືອນ ແລະ ອຸດໜູນໃນຕໍາແໜ່ງສຸດທ້າຍ ເວລາ…