ອິນເດຍຈະຂາຍຢາປິ່ນປົວໂຄວິດ-19 ເມັດລະ 1 ໂດລາ ຕົ້ນເດືອນສິງຫາ
ບໍລິສັດຢາຍັກໃຫຍ່ອິນເດຍ ກຽມວາງຂາຍຢາຟາວິພິຣາເວຍ ລາຄາເມັດລະ 1 ໂດລາ ຫວັງໃຫ້ປະຊາຊົນເຂົ້າເຖິງ ແລະ ໃຊ້ປິ່ນປົວໂຄວິດ-19 ກໍລະນີສຸກເສີນ ໃນຕົ້ນເດືອນສິງຫານີ້. ສຳນັກຂ່າວຊິນຮົວລາຍງານວ່າ: ຊິບລາ (Cipla) ບໍລິສັດການຢາສັນຊາດອິນເດຍ ປະກາດວ່າ: ບໍລິສັດໄດ້ຮັບອະນຸມັດຈາກໜ່ວຍງານຄວບຄຸມຢາຂອງອິນເດຍ (CDGI) ໃຫ້ຈຳໜ່າຍຢາຟາວິພິຣາເວຍ (Favipiravir) ພາຍໃນປະເທດ…