ຄະນະສະເພາະກິດນະຄອນຫລວງວຽງຈັນ ຍັງບໍ່ອະນຸຍາດໃຫ້ເປີດຮ້ານບັນເທີງ ແລະ ຮ້ານອາຫານ-ກິນດື່ມ ບໍລິການເຄື່ອງດື່ມທາດເຫລົ້າ

ເນື່ອງຈາກປັດຈຸບັນປາກົດເຫັນຮ້ານອານຫານກິນດື່ມ ແລະ ຮ້ານບັນເທີງກັບມາເປີດໃຫ້ບໍລິການເຄື່ອງດື່ມ ທີ່ມີທາດເຫລົ້າຫລາຍຮ້ານໃນນະຄອນຫລວງວຽງຈັນ ໃນໄລຍະຍັງເກີດການລະບາດພະຍາດໂຄວິດ-19 ເຊິ່ງເປັນການຂັດຕໍ່ແຈ້ງການສະບັບເລກທີ 45/ສພກ.ນວ ລົງວັນທີ 27 ທັນວາ 2021 ຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການແພ່ລະບາດພະຍາດໂຄວິດ-19 ນະຄອນຫລວງວາງອອກ. ຕໍ່ປາກົດການດັ່ງກ່າວ, ທ່ານ ນາງ ໄຊພອນ ນັນທະພອນ…

ສັ່ງປິດຮ້ານອານຫານຕັ້ງຫລັກຊົ່ວຄາວ ຍ້ອນລະເມີດຄຳສັ່ງຄວບຄຸມໂຄວິດ-19

ທ່ຽງຄືນວັນທີ 19 ທັນວາ ຜ່ານມານີ້ ເຈົ້າໜ້າທີ່ ກອງປ້ອງກັນເຄື່ອນທີ່ ປກສ ນະຄອນຫລວງວຽງຈັນແລະ ປກສ ກຸ່ມສວນມອນ ພ້ອມ ການຈັດຕັ້ງບ້ານດົງສະຫວາດ ໄດ້ລົງກວດກາ ຮ້ານອາຫານຕັ້ງຫລັກຕັ້ງຢູ່ບ້ານດົງສະຫວາດ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ພົບເຫັນ ການເປີດໃຫ້ບໍລິການເກີນໂມງເວລາທີ່ກຳນົດ ແລະ ໃຫ້…

ໃຊ້ມາດຕະການປັບໃໝ 2 ຮ້ານອິນເຕີເນັດຄາເຟ່

ວັນທີ 18 ພະຈິກ 2021, ເຈົ້າໜ້າທີ່ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ສົມທົບກັບ ປກສ ກຸ່ມ ຈອມແຈ້ງ ລົງກວດກາບັນດາ ຮ້ານອິນເຕີເນັດ ສີສົ້ມ 24 ຊົ່ວໂມງ ແລະ ຮ້ານ…

ຢຶດອຸປະກອນຮ້ານອິນເຕີເນັດ 2 ຮ້ານ ທີ່ເລັກເປີດລະເມີມາດຕະການ ແລະ ບໍ່ມີໃບອະນຸຍາດດໍາເນີນທຸລະກິດ

ເຈົ້າໜ້າທີ່ພະແນກຕໍາຫຼວດປ້ອງກັນເສດຖະກິດຫ້ອງຕໍາຫຼວດ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 23 ມິຖຸນາ 2021 ໄດ້ລົງກວດກາລາດຕະເວນພົບຮ້ານອິນເຕີເນັດຄາເຟ່ ທີ່ລັກເປີດໃຫ້ບໍລິການຫລິ້ນເກມອອນລາຍ 2 ຮ້ານ, ຮ້ານທີ1 ແມ່ນຮ້ານຂອງທ້າວ ປ໋ອກກີ້ ຢູ່ບ້ານດ່ານຄໍາ ເມືອງສີໂຄດຕະບອງ ແລະ ຮ້ານທີ2 ແມ່ນ…

ເຈົ້າໜ້າທີ່ ເຮັດບົດບັນທຶກ ຮ້ານອາຫານມານາແມະ ຍ້ອນເປີດລະເມີດມາດຕະການ

ໃນວັນທີ 11 ມິຖຸນາ 2021, ເຈົ້າໜ້າທີ່ຕຳຫຼວດພະແນກທ່ອງທ່ຽວ ສົມທົບກັບອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເມືອງໄຊທານີ ນວ ລົງເຮັດບົດບັນທຶກກັບເຈົ້າຂອງຮ້ານອາຫານມານາແມະຕັ້ງຢູ່ ບ້ານດອນຕິ້ວ ເມືອງໄຊທານີ ນວ ພ້ອມທັງສຶກສາອົບຮົມກ່າວຕັກເຕືອນ ແລະ ໃຫ້ຢຸດເຊົາ (ປິດຮ້ານ) ຈົນກວ່າຈະມີແຈ້ງການສະບັບໃໝ່ ເພື່ອຢັບຢັ້ງກໍາຈັດຮັດແຄບການແຜ່ລະບາດຂອງພະຍາດທີ່ອາດແຜ່ລາມອອກສູ່ວົງກວ້າງ,…

ສຶກສາອົບຮົມເຈົ້າຂອງຮ້ານເສີມສວຍ ເປີດໃຫ້ບໍລິການເຊິ່ງລະເມີດມາດຕະການປ້ອງກັນໂຄວິດ-19

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໃຫ້ຮູ້ວ່າ ວັນທີ 25 ພຶດສະພາ 2021 ນີ້ ໄດ້ສົມທົບກັບອຳນາດການປົກຄອງບ້ານໜອງແຕ່ງເໜືອ ລົງເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນຮ້ານເສີມສວຍ ແລະ ຮ້ານຕັດຜົມ ຢູ່ເຂດບ້ານໜອງແຕ່ງເໜືອ ບ້ານຈັນສະຫວ່າງ ທີ່ເປີດໃຫ້ບໍລິການ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!