ຮັບລັດຖະກອນໃໝ່ຕ້ອງເລັ່ງໃສ່ຄຸນນະພາບ
ໂດຍ: ທິດກໍ່າ ເຫັນແຫລ່ງຂ່າວຮືຮາກັນໃນສື່ອອນລາຍຢ່າງກວ້າງຂວາງ ຄືໃນວັນທີ 16 ມິຖຸນາ 2020 ຜ່ານມາ ຢູ່ໂຮງຮຽນບ້ານຫ້ວຍເງິນ ເມືອງຈຳປາສັກ ແຂວງຈຳປາສັກ ໄດ້ມີຄູອາສາສະໝັກທ່ານໜຶ່ງ (ຂໍສະຫງວນຊື່) ໄດ້ຮ້ອງໄຫ້ຮໍ່າໄຮຈົນນ້ຳຕາໄຫລອາບແກ້ມຕໍ່ກັບນັກຮຽນທີ່ຕົນໄດ້ສິດສອນ, ໃກ້ຊິດຕິດແທດ ແລະ ຜູກພັນມາຫລາຍປີ ພາຍຫລັງໄດ້ຕັດສິນໃຈແຂວນນວມລາອອກຈາກການເປັນແມ່ພິມຂອງຊາດ. ສາເຫດກໍຍ້ອນວ່າຕົນໄດ້ເປັນຄູອາສາສະໝັກມາເປັນເວລາຫ້າປີ ແລະ…