ລັດຖະກອນຂ້ອນ ຍ້ອນເສດຖະກິດຝືດ
ໂດຍ: ມຶກບໍ່ແຫ້ງ ໃນທ່າມກາງເສດຖະກິດຝືດເຄືອງ ເລື່ອງປາກທ້ອງຕ້ອງມາກ່ອນນັ້ນເຮັດໃຫ້ ລັດຖະກອນຫຼາຍຄົນ ມີແນວຄວາມຄິດທໍ້ຖອຍ ແລະຕ້ອງການອອກຈາກການເປັນພະນັກງານຂອງລັດ ເພື່ອປະກອບອາຊີບອື່ນ ທີ່ມີຄ່າຕອບແທນສູ່ງກວ່າ. ໃນເວລາ ສອງ ສາມເດືອນຜ່ານມາ ທີ່ຜູ້ຂຽນໄດ້ມີໂອກາດ ພົບປະໝູ່ຄູ່ ເອື້ອຍ ອ້າຍທີ່ໄດ້ເຮັດວຽກນຳ ອົງການຈັດຕັ້ງລັດຫຼາຍແຫ່ງໄດ້ເວົ້າໃນທຳນອງທີ່ວ່າ ຕົນເອງມີຄວາມທໍ້ຖອຍ ເພາະບໍ່ມີຄວາມກ້າວໜ້າ ທັງທີ່ຕັ້ງໃຈເຮັດວຽກ…