ເດືອນມິຖຸນາລາວຂາດດຸນການຄ້າ ປະມານ 82 ລ້ານໂດລາສະຫະລັດ
ສູນຂໍ້ມູນຂ່າວສານທາງດ້ານການຄ້າ ສປປ ລາວ ແຈ້ງໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງລາວ ໃນເດືອນມິຖຸນາຜ່ານມານີ້ ບັນລຸໄດ້ປະມານ 757 ລ້ານໂດລາສະຫະລັດ (ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ), ໃນນັ້ນ ມູນຄ່າການສົ່ງອອກບັນລຸໄດ້ປະມານ 337 ລ້ານໂດລາສະຫະລັດ, ສ່ວນມູນຄ່າການນໍາເຂົ້າມີປະມານ 419 ລ້ານໂດລາສະຫະລັດ ໂດຍສະເລ່ຍພຽງເດືອນດຽວລາວເຮົາຂາດດຸນການຄ້າປະມານ…