ພະລັງຄວາມສາມັກຄີຄືພະລັງແຫ່ງການຜ່ານຜ່າຄວາມຫຍຸ້ງຍາກ

ພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ເປັນພັນທະໜ້າທີ່ລວມຂອງຄົນລາວທັງຊາດ ປະເທດຊາດຈະໝັ້ນຄົງ, ເສດຖະກິດ-ສັງຄົມ ຈະພັດທະນາ ລ້ວນແຕ່ຂຶ້ນກັບຄວາມສາມັກຄີ, ຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວບັນດາເຜົ່າ. ພວກເຮົາມີມູນເຊື້ອທີ່ດີເລີດຄືສາມັກຄີ ແລະ ພ້ອມກັນເສຍສະລະຜົນປະໂຫຍດສ່ວນຕົວຕໍ່ສູ້ປົດປ່ອຍຊາດ ຊຶ່ງນີ້ຄືກໍາລັງແຮງສັງລວມທີ່ມະຫາສານສາມາດເຮັດໃຫ້ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ແລ້ວສ້າງຕັ້ງສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ…

ສິ່ງດຽວທີ່ເຮັດໄດ້ຕອນນີ້ກໍຄືທົນໄປກ່ອນ ຫວັງວ່າທຸກຢ່າງຈະດີຂຶ້ນ

ຫລາຍທ່ານຄຸ້ນດີກັບຄໍາສຸພາສິດບູຮານທີ່ວ່າ “ເກົ້າອົດເກົ້າເຍື້ອນ ຫາກຊິໄດ້ທ່ອນຄໍາ” ທັງຮູ້ດີວ່ານີ້ຄືຄໍາສອນ ໃຫ້ຄົນເຮົາອົດທົນ ເພື່ອຜົນສໍາເລັດທີ່ເປັນການຕັ້ງຄວາມມຸ່ງຫວັງໄວ້ ຍິ່ງສະພາບແບບສູ່ມື້ນີ້ຍິ່ງຕ້ອງໄດ້ອົດທົນ ເຮັດສິ່ງໃດໜຶ່ງເພື່ອຕົນ ຄອບຄົວ ແລະ ສັງຄົມ ຊຶ່ງສຸດທ້າຍແລ້ວ ກໍຈະໄດ້ທ່ອນຄໍາ ມາຄອບຄອງດັ່ງໃຈຫວັງ! ບໍ່ວ່າຊາດໃດໃນໂລກນີ້, ການຈະພັດທະນາ ຍ່ອມຕ້ອງອາໄສຄວາມອົດທົນ, ຄົນເຮົາກໍເຊັ່ນດຽວກັນ ເສັ້ນ ທາງຊີວິດລ້ວນແຕ່ພົບອຸປະສັກ…

ຍອມຮັບຄວາມຈິງ ກ້າປ່ຽນແປງ ຄວາມບົກພ່ອງໝົດແທ້

ຍອມຮັບຄວາມຈິງ ກ້າປ່ຽນແປງ ເປັນສິ່ງປະເສີດທີ່ສຸດ ດີທີ່ສຸດ ໜ້າເຄົາລົບນັບຖືທີ່ສຸດ ເມື່ອຜູ້ໃດໜຶ່ງກ້າຫານຍອມຮັບຈຸດບົກພ່ອງຄ້າງຄາຂອງຕົນ ເຖິງວ່າ ການກ້າຫານນີ້ຫລາຍຄົນວ່າມັນຍາກຍ້ອນບໍ່ຢາກໃຫ້ຜູ້ອື່ນເຫັນພຶດຕິກຳບໍ່ດີບໍ່ງາມຂອງຕົນ. ຂະນະທີ່ຫລາຍຄົນເຫັນ ຫລາຍຄົນຕຳໜິ ພັດຍັງປົກປ້ອງຜົນກະທຳຂອງຕົນ. ຄົນເຮົາ ເມື່ອກ້າຮັບແລ້ວນໍາໄປປັບ ປຸງ ແກ້ໄຂ ກໍຈະສາມາດເຮັດໃຫ້ຄວາມບົກພ່ອງຄ່ອຍຕົກໄປແ ແລະ ບໍ່ເຮັດຜິດຊໍ້າຊາກອີກ. ການຕໍາໜິຕົນເອງ, ການຕິຊົມກັນຢ່າງສ້າງສັນແມ່ນການເຮັດວຽກ…

ຍາມຮ້ອນ ຕ້ອງໝັ່ນກວດກາການຂາຍອາຫານສຸກ

ບໍ່ວ່າຢູ່ປະເທດໃດລ້ວນແຕ່ເອົາໃຈໃສ່ເປັນພິເສດເຖິງຄວາມປອດໄພທາງໂພຊະນາການ ໂດຍອາຫານທຸກເຍື່ອງທີ່ຂາຍໃນຕະຫລາດຕ້ອງໄດ້ກວດກາຢ່າງເຂັ້ມງວດຈາກຂະແໜງອາຫານ ແລະ ຢາເພື່ອບໍ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ. ແນວໃດກໍດີການຍົກບັນຫານີ້ຂຶ້ນມາເພາະພົບຢູ່ຫລາຍເຂດຫລາຍແຂວງເບິ່ງຄືວ່າຍັງຖືເບົາຕໍ່ຄວາມປອດໄພຂອງອາຫານສຸກທີ່ຂາຍແຕ່ລະມື້ ໂດຍໄລຍະນີ້ເປັນຍາມຮ້ອນແດ່, ການບໍລິໂພກອາຫານທີ່ປອດໄພຍິ່ງຈຳເປັນເພື່ອສ້າງພູມຄຸ້ມກັນປ້ອງກັນການລະບາດຂອງພະຍາດຖອກທ້ອງ ທີ່ສ່ວນຫລາຍມາຈາກການບໍລິໂພກອາຫານບູດ, ບໍ່ສະອາດ ຫລື ເຈືອປົນສານກັນບູດຕ່າງໆ. ເລື່ອງອາຫານສຸກ ທີ່ຂາຍທົ່ວໄປນັ້ນ ຮັບປະກັນຫລັກອະນາໄມ, ຄວາມສະອາດປອດໄພ ຮ້ອຍສ່ວນຮ້ອຍ ຫລື ບໍ່? ສຳລັບບັນຫານີ້ບໍ່ວ່າແຕ່ຜູ້ຂຽນດອກຫລາຍທ່ານຫລາຍຄອບຄົວທີ່ອາດບໍ່ມີເວລາແຕ່ງຢູ່ຄົວກິນແດ່, ຮ້ານຂາຍອາຫານສຸກຄືທາງເລືອກທີ່ງ່າຍດາຍ…

ໃກ້ໆນີ້ ຈະທະລຸເປົ້າໝາຍເນື້ອທີ່ປ່າປົກຫຸ້ມ 70% ແທ້ຫລືບໍ່?

ເປົ້າໝາຍກໍຄືເປົ້າໝາຍ ຕັ້ງໄວ້ແມ່ນດີ ເຮັດໄປແລ້ວໄດ້ຫລືບໍ່ໄດ້ຕ້ອງຫາສາເຫດ ເຊິ່ງຖ້າບໍ່ໄດ້ເປັນຍ້ອນຫຍັງ!ຄາຂອດໃດ?ແລະ ຈະເຮັດແນວໃດ? ແນວໃດກໍດີທຸກເປົ້າໝາຍທີ່ວາງໄວ້ໂດຍສະເພາະເປົ້າໝາຍເພີ່ມເນື້ອທີ່ປ່າປົກຫຸ້ມໃນທົ່ວປະເທດຈະບັນລຸ 70% ຫລື ປະມານ 16,5 ລ້ານເຮັກຕາຈະໄດ້ຫລືບໍ່. ຂະນະທີ່ການປູກໄມ້ປີນີ້ກໍຢູ່ໃນຈຸດປະສົງຄາດໝາຍໂດຍໄດ້ຕັ້ງໄວ້ 37.200 ເຮັກຕາ. ເຖິງວ່າວັນປູກຕົ້ນໄມ້ແຫ່ງຊາດປີນີ້ ບໍ່ໄດ້ຈັດເປັນຂະບວນການໃຫຍ່ ຍ້ອນການລະບາດຂອງພະຍາດໂຄ ວິດ-19, ແຕ່ພົບເຫັນຫລາຍເຂດສືບຕໍ່ປະຕິບັດຕາມເປົ້າໝາຍຄືເນື້ອທີ່ປ່າປົກຫຸ້ມ 70%…

ຄວາມຈິງແລ້ວ ການປູກຕົ້ນໄມ້ ປູກມື້ໃດກໍໄດ້ ບໍ່ຖ້າແຕ່ວັນທີ 1 ມິຖຸນາ

ປີນີ້ກໍຄືຊຸມປີຜ່ານມາ, ພາກລັດໄດ້ກ້າເບ້ຍ ແລະ ປູກໄມ້ໄດ້ຫລາຍ ໂດຍຖືເອົາວັນທີ 1 ມິຖຸນາເປັນເລີກງາມຍາມດີ ເນື່ອງຈາກເປັນໄລຍະເລີ່ມຕົ້ນຂອງລະດູຝົນ. ທີ່ສຳຄັນ, ລັດໄດ້ກໍານົດເປັນວັນປູກຕົ້ນໄມ້ແຫ່ງຊາດ ກົງກັບວັນເດັກນ້ອນສາກົນ ທີ 1 ມິຖຸນາ ຖືວ່າມີຄວາມໝາຍຄວາມສໍາຄັນທີ່ສຸດ. ລະດູການປູກໄມ້ເປັນທາງການ ໄດ້ເລີ່ມຂຶ້ນແລ້ວ ເພາະກ້າວເຂົ້າສູ່ລະດູຝົນອໍານວຍໃຫ້ແກ່ການປູກພືດໂດຍປີນີ້ບັນດາຂະແໜງການລັດ, ພາກທຸລະກິດເອກະຊົນ, ຄອບຄົວ-ບຸກຄົນ…

ປູກໄມ້ຫວັງໃຫ້ໃຫຍ່ ປູກນິດໄສເດັກນ້ອຍເພື່ອເປັນຄົນດີ

ເນື່ອງໃນໂອາກາດວັນທີ 1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນນີ້ ເຊື່ອວ່າ ຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຕ່າງກຽມເນື້ອທີ່ ເບ້ຍໄມ້ໄວ້ປູກທັງອາດຈະມີແຜນລ້າແຜນການບົວລະບັດ ປົກປັກຮັກສາບໍ່ໃຫ້ຕາຍ. ຂະນະທີ່ທັງພາກລັດ, ເອກະຊົນ, ສະຖາບັນການສຶກສາ ແລະ ສະຖາບັນຄອບຄົວ ຕ່າງກໍເຂົ້າໃຈດີເນື້ອໃນຈິດໃຈຄວາມໝາຍຄວາມສຳຄັນຂອງ ສອງວັນນີ້…

ບຸນວິສາຂະບູຊາ ບັງເກີດ 3 ເຫດການສຳຄັນ ຄືວັນປະສູດ, ວັນຕັດສະຮູ້ ແລະ ວັນປະລິນິບພານຂອງພະພຸດທະເຈົ້າ

ຮີດຄອງປະເພນີລາວ ກຳເນີດມາແຕ່ສະໄໝບູຮານນະການ ແລະ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍສະ ເພາະສະໄໝ ເຈົ້າຟ້າງຸ່ມມະຫາລາດ ເປັນຕົ້ນມາ, ປະຊາຊົນລາວທຸກເຜົ່າສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນສ້າງປະເທດ, ສ້າງພື້ນຖານວັດທະນະທຳ, ສົ່ງເສີມພູມປັນຍາຂອງປະຊາຊົນ, ເມື່ອສາສະໜາຈະເລີນຮຸ່ງເຮືອງ, ສາສະນະສະຖານໄດ້ກາຍເປັນສູນກາງວັດທະນະທຳ, ເປັນໂຮງຮຽນ, ເປັນສູນບຳລຸງຈິດໃຈ, ເປັນຫໍພິພິທະພັນ ທັງເປັນບ່ອນເຮັດບຸນສິນກິນທານ. ພະສົງ ສາມະເນນ ແລະ…

ແບ່ງປັນກັນຍາມມີອຸປະສັກ ຢ່າເຫັນແກ່ຄວາມມັກໄດ້

ພະຍາດໂຄວິດ-19 ບໍ່ທັນໝົດ, ນໍ້າມັນເຊື້ອໄຟພັດມາເປັນອຸປະສັກຕື່ມກວ່າ 2 ເດືອນແລ້ວທີ່ລາຄາແພງ. ຄວາມຈິງນັ້ນ, ບັນຫາລາຄານໍ້າມັນເຊື້ອໄຟ ເປັນສະພາບລວມຂອງໂລກ ແລະ ລາວເຮົາ ໃນຖານະເປັນປະເທດນໍາເຂົ້າ, ບໍ່ມີແຫລ່ງຜະລິດພາຍໃນ ຈຶ່ງໄດ້ຮັບຜົນກະທົບຢ່າງຫລີກເວັ້ນບໍ່ໄດ້ ຈວບກັບຄວາມພ້ອມດ້ານເສດຖະກິດບໍ່ທັນດີເທົ່າທີ່ຄວນ ຈຶ່ງກະທົບໜັກກວ່າໝູ່ໃນບັນດາປະເທດຢູ່ອ້ອມແອ້ມ. ຢ້ອນໄປໃນໄລຍະຮໍາບາດແຜສົງຄາມ ຫລື ໄລຍະເລີ່ມຕົ້ນການສະຖາປະນາປະເທດ, ພື້ນຖານການຜະ ລິດອ່ອນນ້ອຍ,…

ການຂັບລົດ ທີ່ຂັດກົດຈະລາຈອນ ຍ່ອມເກີດອຸບັດເຫດ

ການຂັບລົດທີ່ສະທ້ອນໃຫ້ເຫັນການບໍ່ປະຕິບັດກົດລະບຽບ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະສ່ຽງຕໍ່ການເກີດອຸບັດເຫດ ເຮັດໃຫ້ເສຍຊັບ ຫລື ບາງທີເຖິງຂັ້ນຊີວິດອິນຊີ ຍັງມີໃຫ້ເຫັນເປັນປະຈຳ ແມ່ນແຕ່ປະເທດທີ່ຈະເລີນທາງວັດຖຸ ແລະ ເຕັກໂນໂລຊີ ກໍໜີບໍ່ມົ້ມກົ້ມບໍ່ຫວິດບັນຫາຫຍຸ້ງເຫຍີງທີ່ກ່ຽວ ຂ້ອງກັບການຈະລາຈອນໂດຍເຫັນແຈ້ງສະຖິຕິການເສຍຊີວິດຍ້ອນອຸບັດເຫດທາງຖະໜົນທຽບໃສ່ການເສຍຊີວິດຍ້ອນພະຍາດຮ້າຍລຳດັບຕົ້ນໆຫລາຍກວ່າ. ສະພາບການຈະລາຈອນຢູ່ຖະໜົນບາງເສັ້ນໃນນະຄອນຫລວງວຽງຈັນ ຍ່ານຊານເມືອງທີ່ພວມພັດທະນາຄຶກຄັກ ດັ່ງຖະໜົນວຽງຈັນ 450 ປີ ເຊິ່ງປັດຈຸບັນກໍຄືຜ່ານມາເຖິງວ່າເຈົ້າໜ້າທີ່ຕໍາຫລວດຈະລາຈອນເຂດກ່ຽວຂ້ອງ ໄດ້ເອົາໃຈໃສ່ກວດກາເປັນປະຈໍາ, ແຕ່ກໍຍັງພົບເຫັນການຂັບຂີ່ຂັດກົດຈະລາຈອນທາງບົກ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!