ທາງດ່ວນວຽງຈັນ-ວັງວຽງສ້າງເງື່ອນໄຂໃຫ້ລາວທ່ຽວລາວ
ໂດຍ: ທິດກໍ່າ ຕ້ອງຍອມຮັບວ່ານັບແຕ່ມີການເປີດນຳໃຊ້ສາຍທາງດ່ວນຈາກນະຄອນຫລວງວຽງຈັນຫາວັງວຽງ ນັບແຕ່ວັນທີ 20 ທັນວາເປັນຕົ້ນມາ ຖືວ່າຊາວນະຄອນຫລວງວຽງຈັນໄດ້ພາກັນແຫ່ໄປທ່ຽວເມືອງວັງວຽງໃນແຕ່ລະອາທິດຢ່າງຫລວງຫລາຍພາຍມາກ. ສະເພາະວັນເສົາ ແລະ ວັນອາທິດ ສະເລ່ຍແລ້ວມີພາຫະນະບໍ່ຕໍ່າກວ່າ 500 ຫາ 600 ຄັນ ໃນນີ້ກໍມີຊາວນະຄອນຫລວງວຽງຈັນ ນັບທັງຊາວແຂວງວຽງຈັນໄປທ່ອງທ່ຽວກິນລົມຊົມວິວຫລາຍຮ້ອຍຫລາຍພັນຄົນ. ອັນສາເຫດຕົ້ນຕໍມັນກໍບໍ່ອື່ນໄກ ຍ້ອນວ່າການໄປມາມັນສະດວກສະບາຍ ທັງວ່ອງໄວທັນໃຈ,…