ບຸນທາດຫລວງປີນີ້ ຫາຍຫ່ວງເລື່ອງປາກົດການຫຍໍ້ທໍ້

ໂດຍ: ທິດກໍ່າ ບຸນນະມັດສະການພະທາດຫລວງປີນີ້ເພິ່ນຈັດຍິ່ງໃຫຍ່ອະລັງການ ໂດຍເລີ່ມເປີດພິທີເປັນທາງການນັບແຕ່ວັນທີ 4 ຫາວັນທີ 8 ພະຈິກ 2022 ເຊິ່ງມື້ນີ້ກໍເປັນມື້ສຸດທ້າຍ ແລ້ວ ຕອນເຊົ້າຈະມີກິດຈະກຳຕັກບາດ, ຕອນສວາຍມີຕີຄີ ແລະ ພາກຄໍ່າມີວຽນທຽນ ນັບວ່າບຸນທາດຫລວງປີນີ້ຄຶກຄັກ, ມ່ວນຊື່ນ ເອກອ້າງເຕັມໄປດ້ວຍຄວາມງົດງາມ, ສິລະປະວັດທະນະທຳຂອງຊາດແບບຫລາຍສີສັນ ບໍ່ວ່າທາງພຸດທະສາສະໜາ…

ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ

ເດືອນ 4 ຫລື ເດືອນ ເມສາ ເປັນເດືອນທີ່ຊາວລາວທັງຫລາຍໄດ້ຮ່ວມກັນສະເຫລີມສະຫລອງບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ ເຊິ່ງຈຸດພິເສດທີ່ໂດດເດັ່ນ ຄືການຫົດສົງນ້ຳໃຫ້ພອນກັນດ້ວຍນ້ຳສະອາດ ແລະ ເປັນທີ່ມາຂອງການເອີ້ນແບບງ່າຍໆວ່າ: ບຸນຫົດນ້ຳ. ການຂຶ້ນປີໃໝ່ສຳລັບຊາວລາວນັ້ນກົງກັບການປ່ຽນປີ ຈສ ຫລື ຈຸນລະສັກລາດ ເຊິ່ງຄົນລາວນັບຖືມາແຕ່ ຍຸກສະໄໝ ລ້ານຊ້າງຕອນຕົ້ນ ເວລານັ້ນຊາວລ້ານນາເຄີຍໃຊ້ປີ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!