ຊົມເຊີຍວັນທີ 7 ຕຸລາ ວັນຄູແຫ່ງຊາດ
ໂດຍ: ທິດກໍ່າ ວັນທີ 7 ຕຸລາ 2020 ເປັນວັນຄູແຫ່ງຊາດ ເປັນວັນສຳຄັນທາງປະຫວັດສາດວັນໜຶ່ງຂອງປະຊາຊົນລາວບັນດາເຜົ່າ ກໍຄືຄູ-ອາຈານທີ່ມີພັນທະໜ້າທີ່ສິດສອນ ເພື່ອສ້າງຄົນໃນພາລະກຳປະຫວັດສາດທຸກຍຸກສະໄໝໃຫ້ກາຍເປັນຊັບພະຍາກອນທີ່ດີ ແລະ ເປັນທຶນຮອນອັນປະເສີດຂອງຊາດ. ສ່ວນວ່າປະຫວັດສາດທີ່ໄປທີ່ມາຂອງວັນທີ 7 ຕຸລານັ້ນ ໄດ້ຖືເອົາວັນທີ່ນາຍຄູຄຳໄດ້ເຂົ້າເປັນນາຍຄູມື້ທຳອິດຂອງຄົນລາວໃນຍຸກຝຣັ່ງເຂົ້າມາປົກຄອງ ແລະ ເປັນຜູ້ທຳອິດຂອງຄູລາວພາຍຫລັງໄດ້ຜ່ານການຝຶກອົບຮົມເປັນຄູເລັ່ງລັດສຳລັບຜູ້ທີ່ໄດ້ຮຽນຈົບຂັ້ນປະຖົມສຶກສາ ແລະ ນາຍພາສາແປຝຣັ່ງ…