ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ !!!
ໂດຍ: ທິດກໍ່າ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2/12/1975-2/12/220)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ. ການກຳເນີດເກີດຂຶ້ນຂອງວັນຊາດທີ 2 ທັນວາ 1975 ມັນເປັນຂີດໝາຍປະຫວັດສາດທີ່ບໍ່ເຄີຍມີມາໃນຫລາຍຍຸກຫລາຍສະໄໝຂອງຊາດລາວ ແລະ ປະຊາຊົນລາວບັນດາເຜົ່າເຮົາ ແລະ ອີກປະການໜຶ່ງ ມັນກໍບໍ່ໄດ້ມາໂດຍລຳພັງແບບງ່າຍໆເໝືອນດັ່ງປອກກ້ວຍ. ເວົ້າແຈ້ງມັນໄດ້ຈາກການຕໍ່ສູ້ທີ່ລະອິດລະອ້ຽວ…