ການກຳນົດໂທດສຳລັບຜູ້ເສບຢາເສບຕິດ
ໂດຍ: ວິເສດ ສະແຫວງສຶກສາ ເນື່ອງໃນໂອກາດວັນຕ້ານຢາເສບຕິດລະດັບໂລກ (26 ມິຖຸນາ) ຜູ້ຂຽນໄດ້ສັງລວມເອົາບາງບັນຫາກ່ຽວກັບມາດຕະການແກ້ໄຂ ຫລື ຫລຸດຜ່ອນໄພອັນຕະລາຍຈາກຜົນຮ້າຍຂອງຢາເສບຕິດຢູ່ບາງປະເທດ. ເປັນທີ່ຊາບກັນແລ້ວວ່າ, ທຸກໆປະເທດໃນໂລກນີ້ລ້ວນແຕ່ມີມາດຕະການທາງກົດໝາຍ ເພື່ອປາບປາມ, ກຳຈັດ ຫລື ຈຳກັດບັນຫາຢາເສບຕິດ ໂດຍໄດ້ກຳນົດເປັນໂທດອາຍາຕໍ່ຜູ້ຜະລິດ, ມີໄວ້ໃນຄອບຄອງ ແລະ ຈຳໜ່າຍຢາເສບຕິດ ຫລື…