ຄໍາເຫັນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ
(ນະຄອນຫລວງວຽງຈັນ, ວັນທີ 21 ມີນາ 2021) ພີ່ນ້ອງຮ່ວມຊາດ, ບັນດາສະຫາຍສະມາຊິກພັກທີ່ຮັກແພງທັງຫລາຍ! ວັນທີ 22 ມີນາ 2021 ທີ່ຈະເຖິງນີ້ ແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ເຊິ່ງເປັນວັນທີ່ໄດ້ໃຫ້ກຳເນີດພັກຂອງຊົນຊັ້ນຜູ້ອອກແຮງງານ, ພັກທຳອິດຂອງປະເທດເຮົາ ແລະ ເປັນພັກທີ່ຖືໄດ້ວ່າເປັນຜູ້ຈັດຕັ້ງ, ນໍາພາ ພາລະກິດປະຕິວັດຊາດ-ປະຊາທິປະໄຕ…