ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນ ຮຽກຮ້ອງທົ່ວສັງຄົມ ຫລຸດຜ່ອນການໄປ-ມາ ທີ່ບໍ່ຈຳເປັນ
ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ບໍລິສັດ ນໍ້າມັນເຊື້ອໄຟລາວ ສາຂາແຂວງຄຳມ່ວນຮຽກຮ້ອງທົ່ວສັງຄົມຫລຸດຜ່ອນການໄປ-ມາ ຫລີກລ່ຽງການໄປຫລິ້ນ-ໄປທ່ຽວໂດຍທີ່ບໍ່ຈຳເປັນ ເພື່ອເກັບຮັກສານໍ້າມັນ ນຳໃຊ້ເຂົ້າໃນການຜະລິດກະສິກຳ, ການເຮັດໄຮ່, ໄຖນາເພື່ອລ້ຽງຊີບປະຈຳວັນໃນໄລຍະວິກິດນີ້, ຖ້າພວກເຮົາຟຸມເຟື່ອຍ ຈະເຮັດໃຫ້ການດຳລົງຊີວິດພົບບັນຫາຫຍຸ້ງຍາກ. ທ່ານ ວົງສອນ ພິມມະວົງສາ ຫົວໜ້າ ລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ວັນທີ…