ສະຖານີລົດໄຟລາວ-ຈີນ ໃຊ້ລະບົບຈັບເວລາລົດເຂົ້າ-ອອກສະຖານີ ແລະ ກຳນົດເກັບຄ່າບໍລິການຝາກລົດໃນລາຄາໃໝ່
ວັນທີ 5 ຕຸລາ 2022 ນີ້, ບໍລິສັດ ຮັບເໝົາສຳປະທານເກັບຄ່າບໍລິການຝາກລົດ ແລະ ຫ້ອງນ້ຳນອກອາຄານ ຢູ່ສະຖານີລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນທາງບໍລິສັດໄດ້ຕິດຕັ້ງລະບົບອຸປະກອນການຄິດໄລ່ຄ່າຈອດລົດຕາມເວລາເຂົ້າ-ອອກສະຖານີ ແລະ ຈັດສັນເລນຈອດລົດຊົ່ວຄາວເພື່ອຮັບ-ສົ່ງຜູ້ໂດຍສານສຳເລັດເປັນທີ່ຮຽບຮ້ອຍແລ້ວ. ລົດທຸກໆຄັນທຸກໆປະເພດທີ່ເຂົ້າມາຜ່ານປ້ອມຢູ່ໜ້າສະຖານີຈະມີພະນັກງານບໍລິການຈີກປີ້ທີ່ມີໂມງເວລາກຳກັບຢູ່ໃນປີ້ໃຫ້ ແລະ ກວດປີ້ເວລາລົດກັບອອກຈາກສະຖານີ ໂດຍມີມາດຕະການດັ່ງນີ້: ສໍາລັບລົດທີ່ເຂົ້າມາຮັບ-ສົ່ງຜູ້ໂດຍສານບໍ່ເກີນ…