ບຸນຂຶ້ນຢູ່ກັບຜູ້ກະທຳ ກຳຕົກຢູ່ນຳຜູ້ເຮັດ
ໂດຍ: ທິດກໍ່າ ສຳລັບບົດຄວາມໃນຄໍລຳມື້ນີ້, ທິດກໍ່າ ຂໍກ້ຽວກອດສະແດງຄວາມຍ້ອງຍໍຊົມເຊີຍກັບຜູ້ຍິງລາວຄົນໜຶ່ງທີ່ມີຄວາມກ້າຫານ, ເດັດດ່ຽວ, ໜຽວແໜ້ນ, ຕັດສິນໃຈສູງ, ກ້າເຮັດກ້າທຳ, ກ້າຜະເຊີນໜ້າຕໍ່ສິ່ງທ້າທາຍ ເໝືອນດັ່ງເກີດປະຕິຫານໃນການຕໍ່ສູ້ ເພື່ອກູ້ເອົາຊັບສິນທີ່ຖືກໂຈນດຶງເອົາກະເປົາໃນອາທິດທີ່ຜ່ານມາ ເຊິ່ງຜູ້ຖືກເຄາະຮ້າຍໃນມື້ນັ້ນກໍໄດ້ແກ່ ນາງ ລີນາ ຍິງໜຸ່ມລາວຈາກດິນແດນແຂວງຫົວພັນວິລະຊົນ ທີ່ໄດ້ມີໂອກາດມາສຶກສາຮໍ່າຮຽນຢູ່ນະຄອນຫລວງວຽງຈັນ ອັນເປັນນະຄອນຫລວງຂອງປະເທດ. ກໍດັ່ງສັງຄົມ ນັບທັງພວກເຮົາເຈົ້າຂ້ອຍທັງຫລາຍໄດ້ຮັບຮູ້…