ບົດຮຽນການປົກປ້ອງສິດທິ ແລະ ການສົ່ງເສີມສະຫວັດດີພາບຂອງເດັກນ້ອຍ
ໂດຍ: ວິເສດ ສະແຫວງສຶກສາ ໜຶ່ງໃນຫລາຍໆເຫດການທີ່ມີຄວາມໝາຍສຳຄັນໃນເດືອນມິຖຸນາຂອງທຸກໆປີ ກໍຄືວັນເດັກສາກົນ ເຊິ່ງກໍຖືກກຳນົດໃຫ້ເປັນວັນເດັກແຫ່ງຊາດລາວເຊັ່ນກັນ. ເພື່ອໃຫ້ເຫັນຄວາມສຳຄັນຂອງວັນດັ່ງກ່າວ, ຜູ້ຂຽນໄດ້ສັງລວມ+ເອົາຂ່າວກ້ອມໆກ່ຽວກັບນະໂຍບາຍ ກໍຄືມາດຕະການປົກປ້ອງສິດ ແລະ ສົ່ງເສີມສະຫວັດດິພາບຂອງເດັກໆໃນ 5 ປະເທດ. ຂໍເລີ່ມຈາກປະເທດກຳປູເຈຍ, ຂ່າວໃນຕົ້ນເດືອນມັງກອນປີນີ້ໃຫ້ຮູ້ວ່າ: ທາງການກຳປູເຈຍໄດ້ເລີ່ມຂະບວນໂຄສະນາກ່ຽວກັບຄວາມປອດໄພດ້ານອາຫານຢູ່ຕາມໂຮງຮຽນຕ່າງໆໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນຄຸນຄ່າທາງໂພຊະນາການ, ຄວາມປອດໄພ ແລະ ຄຸນນະພາບຂອງອາການສຳລັບເດັກນັກຮຽນ….