ເຖິງເວລາ ‘ສິນຄ້າມື 2’ ຄອງຕະຫລາດ
ວິກິດໂຄວິດ-19 ກະທົບຕໍ່ເສດຖະກິດຮຸນແຮງຊໍ່າໃດ ແຕ່ສຳລັບຕະຫລາດສິນຄ້າມື 2 ທີ່ມີມູນຄ່າປະມານ 2,8 ໝື່ນລ້ານໂດລາ ພັດຍັງແຮງບໍ່ຢຸດ ຈາກປີກ່ອນທີ່ຕະຫລາດນີ້ມີທິດທາງການເຕີບໃຫຍ່ໄວກວ່າຕະຫລາດຂາຍສົ່ງເຖິງສອງເທົ່າ ເຮັດໃຫ້ເຫັນພາບວ່າການຂາຍຕໍ່ກຳລັງມາ ແຕ່ຄຳຖາມຄືໃຜຊະນະ ໃຜເສຍ. ໃນຍຸກການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃຜໆກໍມີລາຍໄດ້ຫລຸດລົງ, ຈະຊື້ເຄື່ອງຂອງມາໃຊ້ຕ້ອງຄຳນຶງເຖິງຄວາມປະຢັດ, ໂຄວິດ-19 ພິກໃບໜ້າອຸດສາຫະກຳເສື້ອຜ້າໄປຫລາຍ ທັງຍັງບັນທອນຍອດຂາຍ…