ເມື່ອຢາງກາຍເປັນອາຫານປາ
ໂດຍ: ມຶກບໍ່ແຫ້ງ ການສຶກສາທີ່ໃໝ່ອ່ຽມໄດ້ ເຜີຍວ່າປາທີ່ອາໄສຢູ່ແມ່ນໍ້າຂອງກຳລັງກິນຖົງຢາງເປັນອາຫານ ເຊິ່ງເຂົ້າໃຈກັນວ່າຜູ້ຄົນຂົງເຂດນີ ກໍອາໄສປາທີ່ຢູ່ແມ່ນໍ້າຂອງເປັນແຫຼ່ງໂປຣຕິນທີ່ສຳຄັນ, ດັ່ງນັ້ນພວກເຮົາກຳລັງກິນຢາງຢູ່ບໍ່? ເປັນເລື່ອງທີ່ຕົກໃຈບໍ່ໜ້ອຍເມື່ອມີການເປີດເຜີຍການສຶກສາກ່ຽວກັບ ເສດຢາງທີ່ໃນທ້ອງປາຂອງແມ່ນໍ້າຊີເຊິ່ງເປັນແມ່ນໍ້າສາຂາຂອງແມ່ນໍໍ້າຂອງແລະນອນໃນອ່າງແມ່ນໍ້າຂອງເຊັ່ນກັນ. ການສຶກສາດັ່ງກ່າວ ເປີດເຜີຍ ວ່າປາໃນແມ່ນໍ້າຊີແມ່ນໄດ້ ກິນຢາງເປັນອາຫານເຊິ່ງບໍ່ວ່າຈະເປັນ ປາຊະນິດໃດ ແລະ ອາໄສຢູ່ສະຖານທີ່ໃດກໍມີອາການຄ້າຍຄືກັນ. ນັກວິມະຍາສາດຂອງໄທໄດ້ເກັບຕົວຢ່າງ 4 ຈຸດແລະຈັບປາ 100…