​ເພື່ອ​ໂລກ​ສົດ​ໃສ ​ໄຮ້​ມົນ​ລະ​ພິດ

ໂດຍ: ວິ​ເສດ ສະ​ແຫວ​ງສຶກສາ ວັນ​ທີ 5 ມິຖຸນາຂອງ​ທຸກໆ​ປີ ​ແມ່ນ​ວັນ​ສິ່ງ​ແວດ​ລ້ອມ​ສາກົນ, ວັນ​ເຊິ່ງປະຊາ​ຄົມ​ໂລກ​ຕ້ອງ​ໄດ້​ທົບ​ທວນຫວນ​ຄືນ​ກ່ຽວ​ກັບ​ມາດ​ຕະການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ້​ຍືນ​ຍົງ​ຄົງ​ຢູ່​ກັບ​ວິຖີ​ຊີວິດ​ຂອງ​ມວນ​ມະນຸດ. ມາດ​ຕະການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ຍຸກ​ນີ້ ຍິ່ງ​ມີ​ຄວາມ​ສຳຄັນ ​ເພາະ​ມັນ​ເປັນ​ແກນ​ກາງຂອງ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ (SDG) ​ເຊິ່ງທຸກໆ​ປະ​ເທດສະມາຊິກ​ມີ​ພັນທະ​ປະຕິບັດ​ໃຫ້​ບັນລຸ​ຜົນ ຄື​ເຮັດ​ໃຫ້ການ​ພັດທະນາ​ເສດຖະກິດ-ສັງຄົມ​ທຸກ​ຢ່າງ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ໜ້າ​ທີ່​ອັນ​ຮີບ​ດ່ວນ​ສະ​ເພາະ​ໜ້າ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ນັ້ນກໍ​ຄື ​ແກ້​ໄຂ​ບັນຫາ​ໂລ​ກຮ້ອນ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ເກີດ​ຈາກ​ພຶດຕິ​ກຳ​ຂອງ​ມະນຸດ​ເອງ. ສຳລັບ​ບົດ​ນີ້, ຜູ້​ຂຽນ​ໄດ້​ສັນ​ຫາ​ມາ​ເລົ່າ​ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ມົນ​ລະ​ພິດ​ທາງ​ອາກາດ ດ້ວຍ​ການ​ຫລຸດຜ່ອນ​ອາຍ​ພິດ​ຈາກ​ຍານພາຫະນະ​ທີ່​ມີ​ຈຳນວນ​ເກືອບ​ລົ້ນ​ໂລກ. ໃນປັດຈຸບັນນີ້…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!