ສະໝໍລະພູມ 21 ມີນາ ບັ້ນຮົບປະຫວັດສາດທີ່ລືມຍາກ
ໂດຍ:ທິດກໍ່າ ກໍດັ່ງພວກເຮົາໄດ້ຮັບຮູ້ໃນປະຫວັດສາດມູນເຊື້ອແຫ່ງການຕໍ່ສູ້ບັ້ນຕີຕ້ານທະຫານຝຣັ່ງທີ່ໄດ້ເຂົ້າມາບຸກລຸກຮຸກຮານປະເທດເຮົາຢູ່ເມືອງທ່າແຂກໃນວັນທີ 21 ມີນາ 1946 ເຊິ່ງບັນຊາສູ້ຮົບໂດຍກົງຈາກທ່ານ ປະທານ ສຸພານຸວົງ ເປັນເຫດການປະຫວັດສາດໜຶ່ງທີ່ຄົນຮຸ້ນນີ້ລືມໄດ້ຍາກ ໂດຍສະເພາະແມ່ນຊາວເມືອງທ່າແຂກ. ອັນສາເຫດກໍຍ້ອນວ່າເປັນສະໜາມຮົບທີ່ຕໍ່ສູ້ກັນຢ່າງດຸເດືອດຂ້ຽວຂາດ, ເອົາເປັນເອົາຕາຍ ແລກດ້ວຍຄວາມຫ້ຽມໂຫດປ່າເຖື່ອນຂອງສັດຕູ ແລະ ດ້ວຍຄວາມເສຍສະຫລະເລືອດເນື້ອເພື່ອຊາດ ເພື່ອແຜ່ນດິນຂອງເຫລົ່າທະຫານແນວລາວອິດສະຫລະ. ເລື່ອງຂອງເລື່ອງມັນກໍມີຢູ່ວ່າ, ໃນຊ່ວງສົງຄາມໂລກຄັ້ງທີສອງ ປີ 1945…