ເມືອງເມິງ ຮ່ວມກັບເອກະຊົນ ສໍາຫລວດ-ສ້ອມແປງ ເສັ້ນທາງທີ່ເປ່ເພ ເພື່ອແກ້ໄຂສຸກເສີນ

ວັນທີ 26-27 ກໍລະກົດ 2024, ຄະນະກໍາມະການຄວບຄຸມໄພພິບັດຂັ້ນເມືອງໆເມິງ ແຂວງບໍ່ແກ້ວ ຮ່ວມກັບ ບໍລິສັດ ຢຸຍເຊີນ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ ລົງສໍາຫລວດເສັ້ນທາງທີ່ເປ່ເພ ໃນໄລຍະລະດູຝົນ ແຕ່ເທສະບານເມືອງເມິງ ຫາ ຂົວນໍ້າຟ້າ-ສາມແຍກເຂົ້າບ້ານນໍ້າຄາລື້ ແລະ ສາມແຍກເຂົ້າບ້ານປຸ່ງຈອມແສງ…

ປັບປຸງແກ້ໄຂເສັ້ນທາງແຕ່ຕານມີໄຊ-ອຸດົມຜົນ ຈະໃຫ້ສຳເລັດພາຍໃນເດືອນກຸມພານີ້

ວັນທີ 6 ກຸມພາ 2023 ນີ້, ຜູ້ຮັບເໝົາ ສ້ອມແປງ-ປັບປຸງແກ້ໄຂເສັ້ນທາງ ແຕ່ຕານມີໄຊ-ອຸດົມຜົນ ລາຍງານຜ່ານທາງວິທະຍຸກະຈາຍສຽງແຫ່ງຊາດ ວ່າ: ຕາມການມອບໝາຍຂອງຫ້ອງການພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງ ເພື່ອເຮັດໃຫ້ການສັນຈອນຂອງປະຊາຊົນມີຄວາມສະດວກສະບາຍ ປັດຈຸບັນການກໍ່ສ້າງເສັ້ນທາງດັ່ງກ່າວປະຕິບັດໄດ້ປະມານ 40% ຈະໃຫ້ສຳເລັດຕາມແຜນທີ່ວາງໄວ້ພາຍໃນເດືອນກຸມພານີ້. ສ່ວນໜ້າວຽກຕົ້ນຕໍແມ່ນການຕາບຂຸມ, ຂູດຮື້ ບ່ອນທີ່ເປ່ເພໜັກ…

ເຕືອນ!! ການສັນຈອນທາງເມືອງປາກງື່ມໃຫ້ມີສະຕິລະມັດລະວັງ ເນື່ອງຈາກທາງເປ່ເພໜັກ ແລະ ພວມປັບປຸງແກ້ໄຂ

ອີງຕາມວິທະຍຸກະຈາຍສຽງແຫ່ງຊາດ ລາຍງານວ່າ: ເຈົ້າເມືອງປາກງື່ມ ນະຄອນຫລວງວຽງຈັນ ຮຽກຮ້ອງເຖິງຜູ້ໃຊ້ລົດໃຊ້ຖະໜົນຢູ່ເສັ້ນທາງ ເຂດເມືອງປາກງື່ມ ໃນໄລຍະນີ້ໃຫ້ມີສະຕິລະມັດລະວັງໃນການຂັບຂີ່ພາຫະນະປະເພດຕ່າງໆ, ເນື່ອງຈາກຫລາຍຈຸດພວມໄດ້ຮັບການປັບປຸງ ແລະ ບາງຈຸດຍັງເປ່ເພເສຍຫາຍໜັກ ເຊິ່ງອາດເຮັດໃຫ້ເກີດອຸບັດຕິເຫດໄດ້. ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ໃຫ້ສຳພາດວ່າ: ປັດຈຸບັນພາກສ່ວນກ່ຽວຂ້ອງ ພວມດໍາເນີນການປັບປຸງສ້ອມແປງເສັ້ນທາງຢູ່ເຂດເມືອງປາກງື່ມໃຫ້ສາມາດສັນຈອນໄປ-ມາໄດ້ຢ່າງສະດວກ. ສະນັັັັັັັັັັັັັັັັັັັັັັັັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນກໍຄືຜູ້ໃຊ້ລົດໃຊ້ຖະໜົນໄລຍະນີ້ໃຫ້ມີສະຕິລະມັດລະວັງໃນການຂັບຂີ່ພາຫະນະ…

ໂຄງການສ້ອມແປງເສັ້ນທາງເລກທີ 13 ໃຕ້ ສັນຍາ 1 ຊ່ວງແຂວງບໍລິຄຳໄຊຄືບໜ້າແລ້ວ 28,96%

ອີງຕາມສື່ມວນຊົນ ແຂວງບໍລິຄຳໄຊ ສຳພາດທ່ານ ກ້ອນນວນດຳ ຈັນທະມີນາວົງ ຮອງຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ ຊ່ວງແຂວງບໍລິຄຳໄຊ (ກມ 71–ກມ 190) ໃນວັນທີ 22 ພະຈິກ 2022 ວ່າ: ໂຄງການປັບປຸງ…