ລັກລອບຂົນສົ່ງຢາບ້າ 36.360 ເມັດ ສຸດທ້າຍຖືກຈັບ
ຮ້ອຍເອກ ຈອນສະຫວັນ ບຸດສາຍໂຈ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 133 ທະຫານແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ວັນທີ 9 ກຸມພາ 2021 ພາຍຫລັງໄດ້ເບາະແສຈາກພົນລະເມືອງດີ ເລື່ອງການລັກລອບຂົນສົ່ງຢາບ້າຈຶ່ງໄດ້ຈັດກຳລັງອອກເຄື່ອນໄຫວລາດຕະເວນຕາມຈຸດທີ່ປະຊາຊົນແຈ້ງໄດ້ພົບຜູ້ຕ້ອງສົງໄສ 2 ຄົນຂີ່ລົດຈັກມາຈອດແຄມຂອງ ແລະເຫັນເຮືອກາບລໍາໜຶ່ງຂີ່ມາແຕ່ຝັ່ງປະເທດມຽນມາເຂົ້າມາຈອດຝັ່ງລາວ, ຈຶ່ງເຂົ້າກວດຄົ້ນພ້ອມກັກຕົວຜູ້ຖືກຫາໄດ້ 2 ຄົນ…