ຊາຍໜຸ່ມອາຍຸ 30 ປີ ເສຍຊີວິດກະທັນຫັນ ຫລັງກິນຫອຍນາງລົມດິບ

ເວບໄຊນີວຢອກໂພສ ລາຍງານກ່ຽວກັບກໍລະນີການເສຍຊີວິດຂອງຊາຍໜຸ່ມຊາວອາເມລິກາໃນລັດເທັກຊັດ ພາຍຫລັງຜູ້ກ່ຽວກິນຫອຍນາງລົມດິບຢູ່ຮ້ານອາຫານທີ່ປົນເປືອນເຊື້ອແບັກທີເຣຍທີ່ກິນຊີ້ນຄົນ ຄາດວ່າສາເຫດຫລັກອາດເກີດຈາກສະພາບອາກາດທີ່ປ່ຽນແປງອຸນຫະພູມນ້ຳທະເລສູງຂຶ້ນ. ໜ່ວຍງານສາທາລະນະສຸກ ໃນຣັດເທັກຊັດເປີດເຜີຍວ່າ: ກໍລະນີການເສຍຊີວິດຂອງຊາຍໜຸ່ມຄົນດັ່ງກ່າວ ເກີດຂຶ້ນຈາກການກິນຫອຍນາງລົມດິບທີ່ປົນເປືອນເຊື້ອແບັກທີເຣຍກິນຊີ້ນຄົນ (Vibrio vulnificus) ໂດຍໃນໄລຍະທີ່ຜ່ານມາ ການຕິດເຊື້ອແບັກທີເຣຍກິນຊີ້ນຄົນ ໃນສະຫະລັດອາເມລິກາ ເພີ່ມສູງຂຶ້ນຈາກສະພາບອາກາດທີ່ປ່ຽນແປງ ອຸນຫະພູມນ້ຳທະເລສູງຂຶ້ນ. ຂະນະດຽວກັນ ທາງສູນຄວບຄຸມແລະປ້ອງກັນພະຍາດ ຂອງສະຫະລັດອາເມລິກາ ໄດ້ແຈ້ງເຕືອນໃຫ້ເຝົ້າລະວັງໃນປີນີ້ ເນື່ອງຈາກມີລາຍງານວ່າ:…