ສີມືຂອງນາຍຊ່າງຫັດຖະກຳລາວ ຄວນໄດ້ຮັບການສົ່ງເສີມສິນໃຫ້ເຂັ້ມແຂງ
ໂດຍ: ແດນຜາຕຸງ ປັດຈຸບັນນີ້ເຮົາມັກຈະໄດ້ຍິນເລື້ອຍໆວ່າ ສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດພາຍ ທົດແທນການນຳເຂົ້າ ຮັກສາເງິນຕາບໍ່ໃຫ້ຮົ່ວໄຫຼອອກນອກປະເທດ ຊຶ່ງຈະເລັງໃສ່ ສິນຄ້າກະສິກຳ ແລະ ອຸດສາຫະກຳເປັນສ່ວນໃຫຍ່ ເລີຍລືມໄປວ່າຜະລິດຕະພັນສິນຄ້າຈາກຫັດຖະກຳ ປະເພດຫຍິບປັກຖັກແສ່ວ, ຄວັດແກະສະຫຼັກ, ຈັກສານ, ປັ້ນໝໍ້ຫຼໍ່ໄຫ, ຕຳ່ຫູກເຂັນຝ້າຍ ທີ່ເປັນສີໄມ້ລາຍມືອັນປານີດຂອງນາຍຊ່າງຫັດຖະກຳລາວ, ຈຳນວນບໍ່ໜ້ອຍນັ້ນຄ່ອຍຈືດຈາງໄປ ແລະ ເກືອບຈະສູນຫາຍໄປຕາມການເວລາ…