ແຂວງຫົວພັນ ເກັບລາຍຮັບ ເຂົ້າງົບປະມານໄດ້ 80 ຕື້ກວ່າກີບ
ປີ 2020 ນີ້ແຜນເກັບລາຍຮັບມອບເຂົ້າງົບປະມານ ທັງໝົດທົ່ວແຂວງຫົວພັນ ຈໍານວນ: 118.595,53 ລ້ານກີບ, ຫຼື ເທົ່າກັບ 3,59% ຂອງ GDP (GDP ປີ 2020 = 3.302,26 ຕື້ກີບ) ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 11 ເດືອນ ປີ 2020 ເກັບລາຍຮັບໄດ້ ທັງໝົດ: 80.422,96 ລ້ານກີບ, ເທົ່າກັບ 67,81% ຂອງແຜນດັດແກ້. ທ່ານ ຫົງທອງ ຈັນທາຈິດ ກຳມະການພັກແຂວງ, ຫົວໜ້າພະແນກການເງິນແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງຫົວພັນ ຊຸດທີ I ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2020 ແມ່ນເປັນປີມ້ວນທ້າຍຂອງແຜນງົບປະມານແຫ່ງລັດ 5 ປີ…