ນິວຊີແລນ ກຽມຫ້າມນຳໃຊ້ແອັບຕິກຕອກ ໃນອຸປະກອນທີ່ກ່ຽວຂ້ອງກັບລັດຖະສະພາ ພາຍໃນທ້າຍເດືອນມີນານີ້
ສຳນັກຂ່າວຕ່າງປະເທດລາຍງານ: ນິວຊີແລນກາຍເປັນປະເທດຫລ້າສຸດທີ່ມີການສັ່ງຫ້າມນຳໃຊ້ແອັບຕິກຕອກ ຈາກອຸປະກອນທີ່ສາມາດເຂົ້າເຖິງເຄືອຂ່າຍຂໍ້ມູນຂອງລັດຖະສະພາ ພາຍໃນທ້າຍເດືອນມີນານີ້ ເນື່ອງຈາກມີຄວາມກັງວົນຕໍ່ຄວາມປອດໄພທາງໄຊເບີ ຫລັງຈາກທີ່ຫລາຍໆປະເທດມີການສັ່ງຫ້າມການໃຊ້ງານແອັບດັ່ງກ່າວໃນເຄືອຂ່າຍພາກລັດໄປແລ່ວກ່ອນໜ້ານີ້ ເນື່ອງຈາກກັງວົນວ່າຂໍ້ມູນຕ່າງໆຂອງຜູ້ໃຊ້ງານຈະຖືກສົ່ງຕໍ່ໄປຍັງລັດຖະບາານຈີນ. ດ້ານ ທ່ານ ຣາຟາເອວ ກອນຊາເລດ ມອນເຕໂຣ ຜູ້ບໍລິຫານຂອງລັດຖະສະພານິຊີແລນລະບຸວ່າ: ການຕັດສິນໃຈຄັ້ງນີ້ໄປຕາມຄຳແນະນຳຈາກຜູ້ຊ່ຽວຊານດ້ານຄວາມໝັ້ນຄົງຂອງໄຊເບີ ແລະ ມີການຫາລືກັບລັດຖະບານ ລວມທັງປະເທດອື່ນໆແລ້ວ ໂດຍຫລັງຈາກພິຈາລະນາຂໍ້ມູນຕ່າງໆ ເຖິງຄວາມສ່ຽງແລ້ວ ທາງສະພາຕັດສິນໃຈວ່າບໍ່ສາມາດທີ່ຈະຮັບຄວາມສ່ຽງດັ່ງກ່າວໄດ້.